ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ​ໃຫຍ່ 279 ປຸກລະດົມ​ການ​ບໍລິຈາກ​ເລືອດ​ຊ່ວຍ​ເຫຼືອ​ສັງຄົມ

     ທ້າຍ​ເດືອນທັນວາ 2023 ຜ່ານມາ, ກອງພັນ​ໃຫຍ່ 279 ໄດ້​ຈັດ​ຕັ້ງ​ປຸກລະດົມ​ການ​ບໍລິຈາກ​ເລືອດ​ຊ່ວຍ​ເຫຼືອ​ສັງຄົມ, ໂດຍ​ມີ​ ສະ
ຫາຍ ພັນ​ໂທ ສົມ​ໄຊ ລະວິ​ໄຊ ຫົວໜ້າ​ພະ​ແນກ​ພະລາທິການ ກອງພັນ​ໃຫຍ່ 279, ສະຫາຍ ດຣ ຄຳ​ຈັນ ຄຳ​ມະນີ​ວົງ ຫົວໜ້າ​ພະ​ແນກ
​ປຸກລະດົມ​ຂົນຂວາຍບໍລິຈາກ​ເລືອດ ສູນ​ເລືອດ​ແຫຼ່ງ​ຊາດ ອົງການ​ກາແດງ​ລາວ, ຄະນະ​ພັກ-ຄະນະ​ບັນຊາ ພະແນກການ, ກອງພັນ, ກອງ
ຮ້ອຍ​ເອກະລາດ, ຂະແໜງ​ເສນາ​ຮັກ ຕະຫຼອດ​ຮອດ​ພະນັກງານ-ນັກຮົບເຂົ້າ​ຮ່ວມ.

     ສະຫາຍ ​ດຣ ຄຳ​ຈັນ ຄຳ​ມະນີ​ວົງ ໄດ້​ກ່າວ​ວ່າ: ການ​ບໍລິຈາກ​ເລືອດ​ຢູ່ ກອງພັນ​ໃຫຍ່ 279 ຄັ້ງ​ນີ້ ເພື່ອ​ນຳ​ເອົາ​ເລືອດ​ໄປ​ກອບ​ກູ້​ຊີວິດ
​ເພື່ອນ​ມະນຸດ​ທີ່​ກຳລັງ​ນອນປິ່ນ​ປົ່ວ​ຢູ່​ໂຮງໝໍ​ແຫ່ງ​ຕ່າງໆ ໃນ​ຂອບ​ເຂດ​ທົ່ວ​ປະເທດ, ຍ້ອນ​ວ່າ​ປັດຈຸບັນ​ມີ​ຄົນ​ເຈັບ​ທີ່​ຕ້ອງການ ​ເລືອດ​ຈຳນວນ
​ເພີ່ມ​ຂຶ້ນ ກົງກັນຂ້າມ​ເລືອດ​ທີ່​ມີ​ຢູ່​ສູນເລືອດ​ແຫ່ງ​ຊາດ​ພັດ​ໜ້ອຍ ຈຶ່ງ​ໄດ້​ຈັດ​ກິດຈະກຳ​ຮ່ວມ​ກັບ ກອງພັນ​ໃຫຍ່ 279 ເພື່ອ​ເຊີນ​ຊວນ​ພະ
ນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ​ມາ​ຮ່ວມ​ກັນ​ບໍລິຈາກ​ເລືອດ ເຊິ່ງ​ຜ່ານ​ການ​ບໍລິຈາກ​ເລືອດ ມີ​ຜູ້​ສະ​ໜັກ​ໃຈ​ບໍລິຈາກ​ເລືອດ​ຕົວ​ຈິງ 28 ສະ
ຫາຍ, ໄດ້​ເລືອດ 28 ຖົງ.

ແຫຼ່ງທີ່ມາ: ສາຄອນ ສຸລິເຍດ
ວັນທີ 05/01/2024